ຜູ້ຈັດລາຍການທີວີແອັກໂກ້ມີອາສາສະມັກຊ່ວຍວຽກງານໃຫ້ຊຸມຊົນໃນແຕ່ລະປີຫຼາຍກວ່າ 1,000 ຊົ່ວໂມງ. ນອກຈາກການຊ່ວຍເຫຼືອຈັດລາຍການ ECHO TV (ທີວີແອັກໂກ້) ແລ້ວ, ພວກເຂົາເຈົ້າຍັງໄດ້ຈັດຫາສຽງບັນທຶກ ສຳລັບ ECHO Phone (ສາຍດ່ວນແອັກໂກ້) ແລະ
ອາສາສະມັກເຮັດໜ້າທີ່ເປັນຜູ້ຕ່າງໜ້າ ECHO Ambassadors ເຮັດກິດຈະກຳກັບຊຸມຊົນ - ນຳແຫຼ່ງຂໍູ້ມູນຂ່າວສານຂອງແອັກໂກ້ໄປເຖິງມື ປະຊາກອນຜູ້ທີ່ມີຂໍ້ຈຳກັດດ້ານພາສາອັງກິດ ທີ່ຕ້ອງການຂໍ້ມູນເຫຼົ່ານັ້ນທີ່ສຸດ.
ໃນຊ່ວງໄລຍະວິກິດການດ້ານສຸຂະພາບ ແລະ ຄວາມປອດໄພ, ຜູ້ຈັດລາຍການແອັກໂກ້ໄດ້ແປຂໍ້ມູນດ້ານການຊ່ວຍຊີວິດເປັນຫຼາຍພາສາ ແລະ ອັດສຽງປະກາດບໍລິການສັງຄົມ (PSAs) ໃຫ້ລາຍການ ວິທະຍຸ, ທີວີ, ໂທຣະສັບ ແລະ ສີ່ງພີມຕ່າງໆ.
ວຽກງານຂອງແອັກໂກ້ຈະເກີດຂື້ນບໍ່ໄດ້ຖ້າປາສະຈາກການທຸ່ມເທ ແລະ ການສະໜັບສະໜູນຈາກບຸກຄົນທີ່ມີຄວາມເປັນຫ່ວງເຫຼົ່ານີ້.