ດ້ວຍການສະໜັບສະໜູນຈາກພັນທະມິດທີ່ໃຈດີຈາກສຳນັກງານສາທາລະນະສຸກ ແລະ ຄວາມປອດໄພໃນທ້ອງຖີ່ນ, ແອັກໂກ້ໄດ້ເພີ່ມແຫຼ່ງຂໍ້ມູນທີ່ສຳຄັນສູ່ ສາງເຄື່ອງມືການສື່ສານທີ່ດີຂອງພວກເຮົາໃນປີ 2005 ໂດຍການເປີດໂຕ ECHO Phone (ສາຍດ່ວນແອັກໂກ້) (1-888-883-8831)
ECHO Phone (ສາຍດ່ວນແອັກໂກ້), ໂທຟຣີໃນພື້ນທີ່ຣັຖມິນນີໂຊຕາ, (ມີຄ່າທຳນຽມນອກຣັຖ) ບໍລິການການສື່ສານໃຫ້ແກ່ ຜູ້ທີ່ມີຂໍ້ຈຳກັດດ້ານພາສາອັງກິດທົ່ວປະເທດ ໂດຍການໃຫ້ການບໍລິການ ຄຳແນະນຳ ດ້ານສຸຂະພາບ ແລະ ຄວາມປອດໄພ ແລະ ໃຫ້ຂໍ້ມູນການກະຕຽມຮັບເຫດສຸກເສີນ ໃນຫຼາຍພາສາ.
ໃນຊ່ວງໄລຍະເວລາມີວິກິດການດ້ານສຸຂະພາບ ຫຼື ຄວາມປອດໄພຂອງມວນຊົນ, ECHO Phone (ສາຍດ່ວນແອັກໂກ້) ຈະໃຫ້ຂໍ້ມູນສຸກເສີນທັນເຫດການ ແລະ ຄຳແນະນຳຈາກເຈົ້າໜ້າທີ່ສາທາລະນະສຸກ ແລະ ຄວາມປອດໄພ. ຜູ້ຊົມໃຊ້ແມ່ນແນະນຳໃຫ້ໂທເຂົ້າໄປຢູ່ເລື້ອຍເພື່ອໃຫ້ໄດ້ຂໍ້ມູນທີ່ຫຼ້າສຸດທີ່ສຸດ.
ກົດບ່ອນນີ້ ເພື່ອເບີ່ງລາຍການຫົວຂໍ້ທີ່ມີຢູ່ ຂອງສາຍດ່ວນແອັກໂກ້.