Jump menu contains no items!

ພາລະກິດ

ພາລະກິດຂອງແອັກໂກ້ ແມ່ນ ການໝູນໃຊ້ພັນທະມິດເພື່ອສົ່ງຜ່ານຂໍ້ມູນສຳຄັນດ້ານສຸຂະພາບ, ຄວາມປອດໄພ ແລະ ວຽກງານຊຸມຊົນ ເພື່ອຊ່ວຍໃນການປ່ຽນແປງ, ການປັບຕົວເຂົ້າຫາກັນຂອງປະຊາຊົນທີ່ມີຄວາມຫຼາກຫຼາຍ ແລະ ໃຫ້ປະສົບກັບຄວາມສຳເລັດໃນຊຸມຊົນຂອງເຮົາ.

ວິໄສທັດ

ໝົດທຸກຄົນໄດ້ຖືກຮັບການສະໜອງໃຫ້ຮູ້ຂໍ້ມູນຂ່າວສານທີ່ມີຄຸນະພາບ ດ້ານສຸຂະພາບ ແລະ ການຊ່ວຍຊີວິດ!

ປະຫວັດຄວາມເປັນມາ.

ປີ 2004:

ສຳນັກງານສາທາລະນະສຸກຂັ້ນທ້ອງຖີ່ນ, ຂັ້ນຣັຖ ແລະ ສຳນັກງານດ້ານຄວາມປອດໄພໄດ້ສ້າງຕັ້ງ ແອັກໂກ້ ມິນນີໂຊຕາ ຂື້ນເພື່ອໃຫ້ເປັນໂຄງການຮ່ວມມືກັນ ເພື່ອຮອງຮັບການຂະຫຍາຍຕົວຂອງຄວາມຕ້ອງການ ດ້ານຂໍ້ມູນຂ່າວສານດ້ານສຸຂະພາບ, ຄວາມປອດໄພ ແລະ ເຫດການສຸກເສີນ ຂອງຣັຖມິນນີໂຊຕາ ທີ່ມີອັດຕາການຂະຫຍາຍຕົວຂອງຊຸມຊົນທີ່ມີຂໍ້ຈຳກັດທາງດ້ານການສື່ສານພາສາອັງກິດ.

ຜູ້ນຳທາງດ້ານຊຸມຊົນຈຳນວນໜື່ງໂຫຼໄດ້ກາຍມາເປັນສະມາຊິກຂອງທີມໂຄສົກແອັກໂກ້ປະຈຳຊຸມຊົນຊຸດທຳອິດ, ທີ່ໄດ້ນຳເອົາຂໍ້ມູນທີ່ມີຄວາມສຳຄັນຕໍ່ກັບຊີວິດມາສູ່ຊຸມຊົນທີ່ປະກອບໄປດ້ວຍ ຊາວອາຟຣິກັນ, ລາຕິໂນ ແລະ ຊາວອາຊີຕະເວັນອອກສຽງໃຕ້.

ແອັກໂກ້ໄດ້ເປີດໂຕເລີ່ມລາຍການທີວີແອັກໂກ້ ໂດຍເປັນພັນທະມິດກັບ St. Paul Neighborhood Network (SPNN) (ເຄືອຂ່າຍເພື່ອນບ້ານເຂດເຊັນທ໌ປອລ) ແລະ Twin Cities Public Television (tpt) (ໂທລະທັດເພື່ອປະຊາຊົນເຂດທະວິນ ຊິຕີ້) ທີ່ເປັນລາຍການທຳອິດ ແລະ ລາຍການດຽວ ທີ່ອຸທິດນຳສະເໜີດ້ານສຸຂະພາບ, ຄວາມປອດໄພ, ວຽກງານຊຸມຊົນ ແລະ ການກຽມພ້ອມຕໍ່ເຫດການສຸກເສີນ ໃນຫຼາຍໆພາສາ.

ປີ 2005:

ໄດ້ເປີດໂຕ ECHO Web (ເວບໄຊ໌ ແອັກໂກ້) ເພື່ອເປັນຫ້ອງສະຫມຸດອອນລາຍທາງອິນເຕີເນັດ ທີ່ມີຫຼາຍພາສາ ແລະ ແຫຼ່ງສື່ສານສີ່ງພີມທີ່ຫຼາກຫຼາຍ ທີ່ມີບົດຄວາມດ້ານສຸຂະພາບ, ຄວາມປອດໄພ ແລະ ການກຽມພ້ອມຕໍ່ເຫດການສຸກເສີນ ຫຼາຍກວ່າ 70 ຫົວຂໍ້ເລື່ອງ.

ປີ 2006:

ECHO Phone (ສາຍດ່ວນແອັກໂກ້) ໄດ້ຮັບການສ້າງຕັ້ງຂື້ນ ດ້ວຍການສະໜັບສະໜູນຈາກ ພັນທະມິດຕ່າງໆໃນອົງການດູແລດ້ານສາທາລະນະສຸກລະດັບທ້ອງຖີ່ນ ແລະ ຄວາມປອດໄພ, ໃນຖານະເປັນ ສາຍດ່ວນສາຍທຳອິດທົ່ວຣັຖທີ່ໃຫ້ຂໍ້ມູນທີ່ບັນທຶກໄວ້ແບບໂທຣຟຣີ ຊຶ່ງໃຫ້ຂໍ້ມູນຂ່າວສານເປັນຫຼາຍພາສາ ສຳລັບບັນຫາສຸຂະພາບຕາມລະດູການ ແລະ ຄຳແນະນຳດ້ານຄວາມປອດໄພ.

ປີ 2007:

ແອັກໂກ້ໄດ້ຮັບການຍົກຍ້ອງໃນການປະຕິບັດງານໄດ້ດີເລີດ ໃນໜັງສືພີມ Health Affairs ແລະ ຖືກບັນທຶກວ່າເປັນການປະຕິບັດທີ່ໄດ້ຕາມຄຳໝັ້ນສັນຍາ ຈາກທັງ ມະຫາວິທະຍາໄລ Drexel ແລະ University of Minnesota’s Center for Infections Disease Research and Policy (CIDRAP) (ສູນກາງເພື່ອນະໂຍບາຍແລະການຄົ້ນຄົ້ວພະຍາດຕິດເຊື້ອແຫ່ງມະຫາວິທະຍາໄລ ມິນນີໂຊຕາ), ຊຶ່ງເປັນການສ້າງຊື່ສຽງໃຫ້ແກ່ຂອງພວກເຮົາໃນຖານະວ່າເປັນຜູ້ນຳລະດັບໂລກ ດ້ານການສື່ສານຂໍ້ມູນສຸຂະພາບ, ຄວາມປອດໄພ ໃນຫຼາຍພາສາ ແລະ ຫຼາຍວັດທະນະທຳ.

ປີ 2009:

ແອັກໂກ້ ໄດ້ຂະຫຍາຍຮູບທຸລະກິດຂອງຕົນ, ໃຫ້ມີຄວາມຫຼາກຫຼາຍໃນຄະນະຜູ້ອຳນວຍການ ແລະ ໄດ້ກາຍມາເປັນ ອົງກອນບໍ່ຫວັງຜົນກຳໄລປະເພດ 501(c)3.

ເພື່ອເປັນການຕອບສະໜອງຕໍ່ຄຳຮ້ອງຂໍຂອງຜູ້ນຳຊຸມຊົນ ແລະ ການຂະຫຍາຍຕົວຂອງຊຸມຊົນວັດທະນະທຳ, ແອັກໂກ້ ໄດ້ເພີ່ມໂປຣແກຣມວຽກງານບັນຫາຊຸມຊົນ ເພື່ອອຳນວຍຄວາມສະດວກໃຫ້ແກ່ຊາວອາເມຣິກັນໃໝ່ ໃນການກ້າວຜ່ານສູ່ການດຳລົງຊີວິດປົກະຕິໃນຣັຖມິນນີໂຊຕາ.

ແອັກໂກ້ ໄດ້ຮັບການຊ່ວຍເຫຼືອຈາກ ມູລນິທິຊັ້ນນຳຕ່າງໆ, ເຊັ່ນວ່າ Otto-Bremer ໃຫ້ທຶນຊ່ວຍເຫຼືອໃນການພັດທະນາຍຸດທະສາດແຜນການສາມປີ, ຕັ້ງໂຄງສ້າງສຳລັບການຂະຫຍາຍຕົວໃນອານາຄົດ.

ແອັກໂກ້ ໄດ້ຮັບການຊ່ວຍເຫຼືອຈາກ ມູລນິທິ Robert Wood Johnson ແຫ່ງຊາດ ເພື່ອສົ່ງເສີມການຮ່ວມມືກັນ, ຊອກຫາໂຄງການໃໝ່ໆ ແລະ ພັດທະນາຫົນທາງທີ່ສ້າງສັນ ເພື່ອໃຫ້ເຂົ້າເຖິງວັດທະນະທຳຕ່າງໆ ດ້ວຍຂໍ້ມູນຂ່າວສານດ້ານສຸຂະພາບ ແລະ ຄວາມປອດໄພ.

ECHO TV (ໂທລະທັດແອັກໂກ້) ເລີ່ມຖ່າຍທອດໄປທົ່ວຣັຖ.

ປີ 2008:

ແອັກໂກ້ ໄດ້ຈັດພີມ Emergency Operations Plan (ແຜນການປະຕິບັດການຕໍ່ເຫດການສຸກເສີນ), ໂດຍການປັບປຸງລະບຽບການປະຕິບັດຕໍ່ເຫດການສຸກເສີນ ແລະ ວາງຮາກຖານ ເພື່ອວຽກບໍລິການຕອບສະໜອງຕໍ່ເຫດການສຸກເສີນໃນອານາຄົດ.

Clay County Public Health (ສາທາລະນະສຸກປະຈຳຄາວຕີ້ ເຄ) ໄດ້ກະຕຸ້ນຊຸກຍູ້ໃຫ້ ແອັກໂກ້ ຈັດຫາແຫຼ່ງຂໍ້ມູນດ້ານຄວາມປອດໄພໃນຫຼາຍພາສາ ຫຼັງຈາກເຫດການ Red River (ແມ່ນ້ຳແດງ) ຖ້ວມ ແລະ ແອັກໂກ້ ຮ່ວມມືກັນກັບ Minnesota Department of Health (ກະຊວງສາທາລະນະສຸກຣັຖມິນນີໂຊຕາ) ຜະລິດຂໍ້ມູນກ່ຽວກັບໄຂ້ຫວັດ H1N1 ອອກເປັນ 12 ພາສາ.

ການເຂົ້າເບີ່ງ ECHO Web (ເວບໄຊ໌ ແອັກໂກ້) ເພີ່ມຂື້ນກາຍ 200% ນັບຈາກປີ 2008.

ໂດຍຜ່ານສະຖານີວິທະຍຸຊຸມຊົນຂອງພັນທະມິດທີ່ກວ້າງຂວາງ, ລາຍການວິທະຍຸແອັກໂກ້ໄດ້ເລີ່ມ ເປີດໂຕບໍລິການໃຫ້ຂໍ້ມູນກ່ຽວກັບໄຂ້ຫວັດ H1N1 ໃນ 12 ພາສາ ເພື່ອຊຸມຊົນທີ່ມີຄວາມຫຼາກຫຼາຍທົ່ວຣັຖ.