Jump menu contains no items!

ອາສາສະມັກ

ອາສາສະມັກຂອງທີມງານແອັກໂກ້ທີ່ບໍລິຈາກແຮງງານຫຼາຍກວ່າ 1,000 ຊົ່ວໂມງຕໍ່ປີ. ຖ້າພວກທ່ານສົນໃຈຢາກເຮັດວຽກກັບພວກເຮົາ, ທ່ານສາມາດເຮັດໄດ້.

ການມາເປັນໂຄສົກຂອງຊຸມຊົນແອັກໂກ້: ໂຄສົກຂອງຊຸມຊົນໃຫ້ບໍລິການການສື່ສານຕໍ່ຄົນທີ່ມີຂໍ້ຈຳກັດດ້ານພາສາອັງກິດໃນຫຼາກຫຼາຍວິທີ.

ຜູ້ຈັດລາຍການ ECHO TV (ທີວີແອັກໂກ້) ໃຫ້ການຊ່ວຍເຫຼືອດ້ວຍຄວາມສາມາດຂອງພວກເຂົາໃນລາຍການ ທຸກເດືອນ, ນຳສະເໜີຂໍ້ມູນຂ່າວສານຜ່ານທາງກ້ອງ.

ECHO Captioners (ຄຳບັນລະຍາຍຂອງແອັກໂກ້) ທີ່ເປັນພາສາອັງກິດໃນລາຍການໂທລະທັດຂອງແອັກໂກ້ ທີ່ອອກອາກາດໃນຫຼາຍພາສານັ້ນແມ່ນຊ່ວຍຜູ້ຊົມລາຍການທີວີແອັກໂກ້ໄດ້ຮຽນພາສາອັງກິດໄປພ້ອມ.

ECHO Ambassadors (ຜູ້ຕ່າງໜ້າແອັກໂກ້) ເຂົ້າຮ່ວມກິດຈະກຳຂອງຊຸມຊົນເພື່ອຈະນຳຊັບພະຍາກອນທີ່ສຳຄັນຂອງແອັກໂກ້ໄປສູ່ກຸ່ມຄົນທີ່ມີຊັ້ນຈຳກັດດ້ານ ພາສາອັງກິດ ຂຶ້ນກັບໃຜມີຄວາມຕ້ອງການທີ່ສຸດ.

ເບື້ອງຫຼັງ: ໂຄສົກແອັກໂກ້ຍັງບັນທຶກສຽງສຳລັບສາຍດ່ວນຂໍ້ມູນແອັກໂກ້ອີກດ້ວຍ, ນຳເຄັດລັບດີໆ ມາສູ່ ປະຊາຊົນຊາວມິນນີໂຊຕາ ໃນ 10 ພາສາ.

ເຖິງອາສາສະມັກທີ່ຢາກເປັນໂຄສົກແອັກໂກ້, ສົ່ງປະຫວັດຂອງຕົນເອງມາທີ່ [email protected] ແລະ ແຈ້ງໃຫ້ພວກເຮົາຮູ້ພ້ອມວ່າຕົນເອງຢາກຮັບໃຊ້ທາງດ້ານໃດ!

ອາສາສະມັກໃນຫ້ອງການຂອງແອັກໂກ້: ດ້ວຍຈຳນວນຄົນເຂົ້າເມືອງແລະຜູ້ອົບພະຍົບຫຼາຍກວ່າ 18,000ຄົນ ທີ່ເຂົ້າມາສູ່ຣັຖມິນນີໂຊຕາໃນທຸກອາທິດ, ສະນັ້ນຈະມີວຽກທີ່ຈະຕ້ອງເຮັດໃຫ້ສຳເລັດຢູ່ຕະຫຼອດເພື່ອຮັບປະກັນວ່າທຸກໆຄົນຈະຕ້ອງມີສຸຂະພາບແຂງແຮງ, ມີຄວາມປອດໄພ ແລະ ກຽມພ້ອມ.

ຖ້າທ່ານສົນໃຈທີ່ຈະມາເປັນອາສາສະໝັກໃນຫ້ອງການຂອງແອັກໂກ້, ໂທຣ ຫຼື ອີເມລມາທີ່ໝາຍເລກ 657.789.4326 [email protected].