Jump menu contains no items!

ECHO Radio (ວິທະຍຸແອັກໂກ້)

ໃນປີ 2009, ແອັກໂກ້ໄດ້ຮ່ວມເປັນພັນທະມິດກັບ ສະຖານີວິທະຍຸຊຸມຊົນທ້ອງຖີ່ນ ເພື່ອອອກອາກາດຂໍ້ມູນທີ່ມີຄວາມສຳຄັນສູງກ່ຽວກັບ ໄຂ້ຫວັດໃຫຍ່ H1N1 ໃນ 12 ພາສາ.

ແອັກໂກ້ ເຊີນຜູ້ຈັດລາຍການວິທະຍຸຊຸມຊົນ ເພື່ອຊົມໃຊ້ ປະກາດສາທາລະນະຂອງພວກເຮົາ ເພື່ອຊ່ວຍແຈ້ງຫົວຂໍ້ຂ່າວໃຫ້ ຜູ້ທີ່ມີຂໍ້ຈຳກັດທາງດ້ານພາສາອັງກິດກ່ຽວກັບສຸຂະພາບ, ຄວາມປອດໄພ, ວຽກງານຊຸມຊົນ ແລະ ການຕຽມພ້ອມຮັບເຫດສຸກເສີນ.

ໃນເຫດການວິກິດການສຸຂະພາບ ແລະ ຄວາມປອດໄພທີ່ອາດຈະເກີດຂື້ນໃນອານາຄົດ, ບັນດາພັນທະມິດກັບ ECHO Radio (ວິທະຍຸແອັກໂກ້) ຈະສະໜອງ ECHO PSA (ປະກາດສາທາລະນະຂອງແອັກໂກ້) ເປັນຫຼາຍໆພາສາ. ຂະຫຍາຍຄວາມຮ່ວມມືກັບວິທະຍຸຊຸມຊົນ - ແຫຼ່ງທີ່ພົບຂໍ້ມູນຫຼາຍທີ່ສຸດໃນກໍລະນີສຸກເສີນຈະຊ່ວຍໃຫ້ປະຊາກອນມິນນີໂຊຕາທີ່ມີຂໍ້ຈຳກັດທາງດ້ານພາສາອັງກິດ ໄດ້ຮັບຂໍ້ມູນຂ່າວສານທີ່ເຂົາເຈົ້າຕ້ອງການເພື່ອໃຫ້ມີສຸຂະພາບດີ, ມີຄວາມປອດໄພ ແລະ ມີການຕຽມພ້ອມ.