Jump menu contains no items!

ໂຄສົກຊຸມຊົນຂອງແອັກໂກ້

ໂຄສົກຂອງແອັກໂກ້ໃນຊຸມຊົນອັຟຣິກັນຕາເວັນອອກ, ລາຕິໂນ ແລະ ອາຊີຕາເວັນອອກສ່ຽງໃຕ້ ໄດ້ເຮັດໜ້າທີ່ອັນສຳຄັນໃນການນຳສະເໜີ ຂໍ້ມູນດ້ານການສຶກສາຂອງແອັກໂກ້ ແລະ ເພື່ອໃຫ້ແນ່ໃຈວ່າ ທຸກໂຄງການແມ່ນໄດ້ຮັບການດັດແປງເພື່ອໃຫ້ເໝາະສົມກັບຄວາມຕ້ອງການສະເພາະຂອງຜູ້ຟັງທີ່ມາຈາກ ເຊື້ອຊາດວັດທະນະທຳທີ່ແຕກຕ່າງກັນ. ໃນຖານະເປັນສຽງຈາກຊຸມຊົນຂອງພວກເຮົາ, ໂຄສົກແມ່ນຮັບໃຊ້ໃນຖານະ:

ຜູ້ຈັດລາຍການທາງ ECHO TV (ໂທລະທັດຂອງແອັກໂກ້), ດຳເນີນການສຳພາດກັບຜູ້ຊ່ຽວຊານທີ່ເວົ້າໄດ້ສອງພາສາ ກ່ຽວກັບຫົວຂໍ້ວ່າດ້ວຍສຸຂະພາບ ແລະ ຄວາມປອດໄພ.

ທຸກໆເດືອນແອັກໂກ້ໄດ້ບັນທຶກສຽງທາງໂທຣະສັບ ECHO Phone (ໂທຣະສັບຂອງແອັກໂກ້), ໃຫ້ຄຳແນະນຳກ່ຽວກັບບັນຫາສຸຂະພາບ ແລະ ຄວາມປອດໄພ ໃນຫຼາຍພາສາ ແມ່ນມີໄວ້ໃຫ້ຊຸມຊົນຕ່າງໆ ທົ່ວຣັຖ.

ຕົວແທນທີມງານຂອງແອັກໂກ້ໄດ້ຂົນຂວາຽຂໍ້ມູນ, ເຮັດວຽກເພື່ອນຳເອົາແຫຼ່ງຊັບພະຍາກອນທີ່ມີລັກສະນະສະເພາະມາໃຫ້ຊຸມຊົນທີ່ພວກເຮົາຮັບໃຊ້ຮ່ວມກັນ.

ໃນລະຫວ່າງທີ່ມີເຫດການສຸກເສີນກ່ຽວກັບສຸຂະພາບ ຫຼື ຄວາມປອດໄພ, ໂຄສົກທີ່ມີປະສົບການຂອງແອັກໂກ້ຈະອຸທິດເວລາ ແລະ ທັກສະ ເພື່ອຄົ້ນຄົ້ວຣິເລີ່ມໃນການຊ່ວຍເຫຼືອ ເພື່ອປະກາດເຫດສຸກເສີນຕໍ່ສາທາລະນະ Public Service Announcements (PSAs) (ປະກາດສຸກເສີນຕໍ່ສາທາລະນະ) ສຳລັບການສື່ສານທາງວິທະຍຸ, ທີວີ, ໂທຣະສັບ, ໂຄງການເຂົ້າເຖິງຊຸມຊົນ ແລະ ຕາມສື່ສີ່ງພີມຕ່າງໆ.

ພວກເຮົາເຮັດວຽກຮ່ວມກັນເພື່ອໃຫ້ແນ່ໃຈວ່າ ກຸ່ມຜູ້ຟັງຂອງແອັກໂກ້ ມີຄວາມສາມາດປະຕິບັດແລະນຳໃຊ້ເຄື່ອງມື ທີ່ເຂົາເຈົ້າຕ້ອງການແລະສາມາດເຮັດການຕັດສິນໃຈໄດ້ຢ່າງຖືກຕ້ອງເພື່ອຕົນເອງ, ຄອບຄົວ ແລະ ຊຸມຊົນຂອງເຂົາເຈົ້າ.

ເພື່ອວ່າເຖິງເວລາທີ່ຈະເອົາລູກຫຼານມາລົງທະບຽນເພື່ອເຂົ້າຮຽນ, ພໍ່ແມ່ຈະໄດ້ຮູ້ຂັ້ນຕອນທີ່ຈະຕ້ອງປະຕິບັດເພື່ອຕຽມພ້ອມສຳລັບລູກຫຼານແລະທາງເລືອກຕ່າງໆ ສຳລັບເດັກທີ່ຕ້ອງການຄວາມຊ່ວຍເຫຼືອພິເສດສະເພາະໂຕ.

ຜູ້ດູແລຜູ້ສູງອາຍຸຮຽນຮູ້ກ່ຽວກັບ ຄວາມສຳຄັນຂອງການກວດຫາມະເຮັງລຳໃສ້ໃຫຍ່ທົ່ວໄປສຳລັບສະມາຊິກຄອບຄົວທີ່ມີອາຍຸສູງກວ່າ 50 ປີ.

ບັນດາຄອບຄົວຕ່າງໆສາມາດຫາຂໍ້ມູນຂ່າວສານ ແລະ ແຫຼ່ງຊັບພະຍາກອນ ເພື່ອປັບດັດແຜນການຕໍ່ເຫດສຸກເສີນ ເພື່ອວ່າເຂົາເຈົ້າຈະໄດ້ຕຽມຕົວສຳລັບເຫດການສຸກເສີນ ດັ່ງເຊັ່ນ: ນ້ຳຖ້ວມ, ໄຟໃໝ້ ຫຼື ພະຍາດລະບາດ.

ແລະ ນັ້ນກໍ່ໝາຍຄວາມວ່າ ມິນນີໂຊຕາເປັນຣັຖທີ່ສົມບູນ ແລະ ປອດໄພກວ່າ ສຳລັບພວກເຮົາໝົດທຸກຄົນ.