Jump menu contains no items!

ECHO Partner Relays (ບໍລິການບອກຕໍ່ຂໍ້ມູນຜ່ານເຄືອຂ່າຍພັນທະມິດຂອງແອັກໂກ້)

ແອັກໂກ້ມີຄວາມພູມໃຈທີ່ໄດ້ເປັນພັນທະມິດກັບສຳນັກງານສາທາລະນະສຸກ ແລະ ຄວາມປອດໄພທ້ອງຖີ່ນ, ອົງການເພື່ອ ຊົນເຜົ່າ ແລະ ບໍ່ຫວັງຜົນກຳໄລ, ຫ້ອງສະໝຸດ, ສະຖາບັນການສຶກສາ ແລະ ອື່ນໆ. ບັນດາພັນທະມິດທີ່ທຸ່ມເທເຫຼົ່ານີ້ ຮ່ວມແບ່ງເປັນ ພັນທະ ໃນການປິດຊ່ອງວ່າງ ການສື່ສານທີ່ເປັນອຸປະສັກ ການສື່ສານພາສາອັງກິດ ໃນປະຊາກອນມິນນີໂຊຕາຈຳນວນຫຼາຍກວ່າ 500,000 ຄົນ.

ໂດຍຜ່ານ ECHO Partner Relays (ບໍລິການບອກຕໍ່ຂໍ້ມູນຜ່ານເຄືອຂ່າຍພັນທະມິດຂອງແອັກໂກ້), ແອັກໂກ້ໄດ້ແຈກຢາຍ ແຫຼ່ງຂໍ້ມູນອີເລັກໂຕຣນິກທີ່ວ່າດ້ວຍ ສຸຂະພາບ, ຄວາມປອດໄພ, ວຽກງານຊຸມຊົນ, ການຕຽມພ້ອມຕໍ່ເຫດສຸກເສີນ ທີ່ມີຄວາມເຊື່ອຖື, ຖືກຕ້ອງ ແລະ ຕົງເວລາ. ບັນດາສຳນັກງານຄູ່ພັນທະມິດ ໄດ້ແຈກຢາຍແຫຼ່ງຂໍ້ມູນເຫຼົ່ານີ້ໄປສູ່ຊຸມຊົນທີ່ພວກເຮົາຮັບໃຊ້ຢູ່ໂດຍກົງ .

ໃນຊ່ວງໄລຍະມີວິກິດການສຸຂະພາບ ຫຼື ຄວາມປອດໄພ, ແອັກໂກ້ໄດ້ເຕົ້າໂຮມທີມກັບຄູ່ພັນທະມິດ ເພື່ອແຈກຢາຍຂໍ້ມູນຂ່າວສານ ແລະ ຄຳແນະນຳໃນການຊ່ວຍຊີວິດ ໃນຫຼາຍພາສາ.

ຮຽນຮູ້ເພີ່ມເຕີມເພື່ອເຂົ້າມາເປັນພັນທະມິດ, ກົດບ່ອນນີ້.