Jump menu contains no items!

ການຊ່ວຍເຫຼືອສັງຄົມ

ກິດຈະກຳຊ່ວຍເຫຼືອສັງຄົມຂອງ ECHO ເຊື່ອມຕໍ່ໂດຍກົງກັບປະຊາຊົນຜູ້ອົບພະຍົບ ແລະ ຜູ້ລີ້ໄພທີ່ເປັນແຫຼ່ງຊັບພະຍາກອນທີ່ສຳຄັນ, ແລະສະໜັບສະໜູນພາລະກິດຂອງ ECHO ໂດຍການເພີ່ມຈຳນວນສະມາຊິກຂອງຊຸມຊົນ ເຊິ່ງເປັນຜູ້ທີ່ໄດ້ຮັບຂໍ້ມູນກ່ຽວກັບພາວະສຸກເສີນ, ສຸຂະພາບ, ແລະຄວາມປອດໄພຂັ້ນຮ້າຍແຮງໃນຮູບແບບທີ່ສາມາດເຂົ້າເຖິງໄດ້.

ການເປັນຄູ່ຮ່ວມງານກັບຜູ້ສະໜອງການບໍລິການໃນເຂດທ້ອງຖິ່ນອື່ນ ແມ່ນເປັນສິ່ງສຳຄັນສໍາລັບການຊ່ວຍເຫຼືອສັງຄົມຂອງ ECHO, ເນື່ອງຈາກວ່າມັນຊ່ວຍຂະຫຍາຍໂອກາດໃນສິ່ງທີ່ພວກເຮົາທຸກຄົນສາມາດເຮັດໄດ້ເພື່ອໃຫ້ສັງຄົມດີຂຶ້ນ.

ໃນປີ 2013, ສູນບໍລິການມະນຸດ ແລະສາທາລະນະສຸກຂອງຄາວຕີ້ເຮັນນີພິນ  (Hennepin County Human Services and Public Health), ແລະບໍລິສັດຮ່ວມຫຸ້ນເພື່ອສະໜັບສະໜູນກອງທຶນການແພດເອັມເອັນ (MN Medical Reserve Corps) ໄດ້ຮ່ວມມືກັບ ECHO ເພື່ອສ້າງໜ່ວຍບໍລິການວັດທະນະທຳ (Cultural Services Unit – CSU) ທີ່ສາມາດສະໜັບສະໜູນຄວາມພະຍາຍາມໃນການຟື້ນຟູສັງຄົມ ຈາກເຫດການສຸກເສີນ-ທົ່ວສັງຄົມ.

ສະມາຊິກຂອງ CSU ຖືກຝຶກອົບຮົມໃຫ້ເປັນຜູ້ເຊື່ອມຕໍ່ທາງດ້ານວັດທະນະທຳລະຫວ່າງເຈົ້າໜ້າທີ່ຮັກສາຄວາມປອດໄພຂອງຣັຖະບານ ແລະຊຸມຊົນຜູ້ອົບພະຍົມ ໂດຍສະໜອງການສື່ສານຢ່າງມີເປົ້າໝາຍ ແລະ ໃຫ້ການຊ່ວຍເຫຼືອປະຊາຊົນທີ່ມີການເຕີບໂຕແລະຫຼາຍເຊື້ອຊາດໃນສູນບຣຸກລິນ ແລະມິນນີໂປລີ (Brooklyn Center and Minnepolis).

ECHO ຍັງໃຫ້ບໍລິການຊ່ວຍເຫຼືອສັງຄົມໂດຍການເຂົ້າຮ່ວມງານວາງສະແດງສິນຄ້າຢູ່ຫຼາຍບ່ອນ ແລະກິດຈະກຳຕ່າງໆຂອງສັງຄົມທີ່ມີຫຼາຍເຊື້ອຊາດເຂົ້າຮ່ວມ.

ຢູ່ພາຍໃນກິດຈະກຳເຫຼົ່ານີ້ ECHO ສາມາດແຈກຈ່າຍແຜ່ນ DVD ທີ່ສ້າງຂຶ້ນແຕ່ລະປີໃຫ້ຟຣີ ເພື່ອມອບໃຫ້ແກ່ປະຊາຊົນທີ່ມີຄວາມຈຳກັດທາງດ້ານພາສາອັງກິດ ແລະຜູ້ຈັດຫາການບໍລິການຕ່າງໆ, ແລະສະໜອງຂໍ້ມູນກ່ຽວກັບການບໍລິການຂອງພວກເຮົາ, ໃຫ້ແກ່ບຸກຄົນທີ່ອາດຈະບໍ່ສາມາດເຂົ້າເຖິງ.