Jump menu contains no items!

ECHO Web (ເວບໄຊ໌ແອັກໂກ້)

ກ່ຽວກັບເວບໄຊ໌ນີ້:

ເປີດໂຕຄັ້ງທຳອິດໃນປີ 2005, ECHO Web (ເວບໄຊ໌ແອັກໂກ້)ຕອບສະໜອງແຫ່ຼງຂໍ້ມູນ ຫ້ອງສະໝຸດອອນລາຍກ່ຽວກັບ ສຸຂະພາບ, ຄວາມປອດໄພ, ການຕຽມພ້ອມຮັບເຫດສຸກເສີນ ແລະ ວຽກງານຊຸມຊົນ.

ໂດຍລາຍການວິທະຍຸ, ວີດີໂອ ແລະ ສື່ສີ່ງພີມທີ່ມີຫົວຂໍ້ເລື່ອງຫຼາຍກວ່າ 70 ບົດຄວາມ,ເຊື່ອມຕໍ່ເພື່ອ ຊ່ວຍໃຫ້ຜູ້ນຳໃຊ້ສາມາດເຊື່ອມຕໍ່ຫາແຫຼ່ງຂໍ້ມູນ ແລະ ຂ່າວສານໃໝ່ທີ່ໄດ້ຮັບການເພີ່ມເຕີມ                            ເຂົ້າໄປທຸກໆເດືອນ, ເວບໄຊ໌ແອັກໂກ້ ສະໜອງ ສູນກາງຂໍ້ມູນທາງອິນເຕີເນັດໃຫ້ເຈົ້າໜ້າທີ່ຣັຖ, ເຈົ້າໜ້າສັງຄົມສົງເຄາະ ແລະ ສະມາຊິກຊຸມຊົນ ທີ່ກຳລັງຊອກຫາຂໍ້ມູນສຶກສາຫຼາຍພາສາ                    ທີ່ວ່າດ້ວຍບັນຫາ ສຸຂະພາບ, ຄວາມປອດໄພ, ເຫດການສຸກເສີນ ແລະ ວຽກງານຊຸມຊົນ.

ໃນຊ່ວງໄລຍະເວລາມີເຫດສຸກເສີນ, ECHO Web (ເວບໄຊ໌ແອັກໂກ້) ຈະສະໜອງຂໍ້ມູນທີ່ທັນເຫດການ, ລວມເຖິງຄຳແນະນະທາງການ ແລະ ລາຍງານສະພາບການຫຼ້າສຸດ. ລົງທະບຽນອອນລາຍມື້ນີ້ເພື່ອຮັບແຈ້ງການເຫດສຸກເສີນ.

ກົດບ່ອນນີ້ເພື່ອຫາເບີ່ງບົດຄວາມຈຳນວນຫຼວງຫຼາຍກ່ຽວກັບ ສຸຂະພາບ, ຄວາມປອດໄພ ແລະ ວຽກງານຊຸມຊົນ.

ກົດບ່ອນນີ້ ສຳລັບແຫຼ່ງຂໍ້ມູນຊຸມຊົນເພື່ອຊ່ວຍໃຫ້ທ່ານແລະຄອບຄົວຂອງທ່ານ ໃຫ້ມີສຸຂະພາບແຂງແຮງ, ປອດໄພ ແລະ ຕຽມພ້ອມ.

ກົດບ່ອນນີ້ ສຳລັບແຫຼ່ງຂໍ້ມູນແອັກໂກ້ ທີ່ໄດ້ຮັບການອອກແບບມາເພື່ອຊ່ວຍ ສຳນັກງານສາທາະນະນະສຸກແລະຄວາມປອດໄພ, ອົງການບໍ່ຫວັງຜົນກຳໄລ ແລະ ຊົນເຜົ່າສ່ວນນ້ອຍ ແລະ ອື່ນໆ ເພື່ອຮັບໃຊ້ ປະຊາກອນທີ່ມີຂໍ້ຈຳກັດດ້ານພາສາອັງກິດ.