Jump menu contains no items!

ECHO TV (ທີວີແອັກໂກ້)

ໃນເດືອນກັນຍາ, ປີ2004, ແອັກໂກ້ ແລະ Twin Cities Public Television (tpt) ໄດ້ເລີ່ມເປີດລາຍການຂ່າວເປັນລະຍະ (new series), ECHO TV (ທີວີແອັກໂກ້), ເພື່ອຕອບສະໜອງ ຄວາມຕ້ອງການຂອງປະຊາກອນທີ່ມີຂໍ້ຈຳກັດທາງດ້ານພາສາອັງກິດ (LEP) ຕໍ່ກັບການຕຽມພ້ອມດ້ານສຸຂະພາບ, ຄວາມປອດໄພ ແລະ ເຫດສຸກເສີນ.

ລາຍການອອກອາກາດປະຈຳເດືອນໄດ້ຮັບການຜະລິດຂື້ນໂດຍການຮ່ວມມືກັບຜູ້ສະໜັບສະໜູນທີ່ໃຈດີແລະ ມີໃຈກວ້າງຂວາງ, ຜູ້ຊ່ຽວຊານສະເພາະເລື່ອງ, ພັນທະມິດທີວີມະຫາຊົນ ແລະ ຜູ້ໃຫ້ຄຳປຶກສາດ້ານວັດທະນະທຳ. ລາຍການອອກອາກາດພ້ອມດ້ວຍຄຳບັນລະຍາຍເພື່ອຊ່ວຍຜູ້ເບີ່ງໃນການຮຽນພາສາອັງກິດ, ເຮັດໃຫ້ເປັນເຄື່ອງມືທີ່ດີສຳລັບຜູ້ທີ່ຮຽນພາສາອັງກິດ (English Language Learner) ແລະ ການສຶກສາຂັ້ນພື້ນຖານສຳລັບຜູ້ໃຫຍ່ (Adult Basic Education).

ECHO TV (ທີວີແອັກໂກ້) ອອກອາກາດຖ່າຍທອດທົ່ວຣັຖຜ່ານ tpt’s Minnesota Channel (tptMN) (ຊ່ອງມິນນີໂຊຕາ) ທຸກວັນອາທິດ ເວລາ 7:00 ໂມງແລງ.

ຄວາມພິເສດຂອງທີວີແມ່ນນຳສະເໜີຜ່ານກ້ອງໂດຍໄດ້ຮັບການຈັດທຳໂດຍທີມງານຂອງແອັກໂກ້ຊຶ່ງປະກອບໄປດ້ວຍ ຜູ້ຈັດລາຍການຊົນເຜົ່າທີ່ມີພອນສະຫວັນ ແລະ ນຳສະເໜີລາຍການສຳພາດຜູ້ຊ່ຽວຊານສະເພາະທາງທີ່ເວົ້າໄດ້ສອງພາສາ ເພື່ອໃຫ້ແນ່ໃຈວ່າ ທຸກລາຍການແມ່ນມີຄວາມເໝາະສົມທາງວັດທະນະທຳ, ມີຄວາມກ່ຽວຂ້ອງ ແລະ ເຊື່ອຖືໄດ້.

ລາຍການຂອງພວກເຮົາທີ່ມີຊື່ວ່າ Affordable Housing (ບ້ານພັກອາໄສທີ່ສາມາດເຊົ່າໄດ້) ອະທິບາຍໃຫ້ຮູ້ວ່າ ການເຊົ່າອາພາດເມັນແມ່ນຫຍັງ - ແລະ ເປັນຫຍັງການເຊົ່າຈື່ງສຳຄັນ - ເຂົ້າເຖີງຜູ້ຊົມທີ່ມີວັດທະນະທຳທີ່ແຕກຕ່າງ        ຊຶ່ງສັນຍາເຊົ່າຂອງເຂົາເຈົ້າຈະເປັນປະເພດທີ່ບໍ່ເປັນທາງການປານໃດ.

ໃນຊ່ວງເວລາທີ່ມີເຫດການສຸກເສີນດ້ານສຸຂະພາບ ແລະ ຄວາມປອດໄພລະດັບຣັຖ, ເຊັ່ນວ່າ ການລະບາດໄຂ້ຫວັດໃຫຍ່, ການກໍ່ການຮ້າຍ, ທີວີແອັກໂກ້ ຈະຖ່າຍທອດຂໍ້ມູນ ແລະ ຄຳແນະນຳວ່າດ້ວຍ ການຊ່ວຍຊີວິດຜ່ານຊ່ອງ tptMNຊ່ອງມິນນີໂຊຕາໃນພາສາທີ່ເຫັນວ່າຊຸມຊົນຂອງພວກເຮົາຕ້ອງການຮັບຮູ້ຫຼາຍທີ່ສຸດ.

ກົດບ່ອນນີ້ ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບ ຄວາມພະຍາຍາມໃນການຖ່າຍທອດລາຍການສຸກເສີນ.

ຫາຂໍ້ມູນເພີ່ມເຕີມກ່ຽວກັບ ການຊ່ວຍຊຸກຍູ້ສະໜັບສະໜູນລາຍການຢາກເປັນຜູ້ຈັດລາຍການ ECHO TV (ທີວີແອັກໂກ້)ແລະ ເຂົ້າຫາລາຍການແອັກໂກ້ 24 ຊົ່ວໂມງຕໍ່ວັນ, 7 ວັນຕໍ່ອາທິດ ທາງອິນເຕີເນັດ, ຜ່ານ YouTube (ຢູທູບ) ຫຼື ທາງດີວີດີ.

ເລີ່ມ ການຮັບຊົມໄດ້ດຽວນີ້.