Jump menu contains no items!

ECHO PHONE (ສາຍດ່ວນແອັກໂກ້)

ດ້ວຍການສະໜັບສະໜູນຈາກພັນທະມິດທີ່ໃຈດີຈາກສຳນັກງານສາທາລະນະສຸກ ແລະ ຄວາມປອດໄພໃນທ້ອງຖີ່ນ, ແອັກໂກ້ໄດ້ເພີ່ມແຫຼ່ງຂໍ້ມູນທີ່ສຳຄັນສູ່ ສາງເຄື່ອງມືການສື່ສານທີ່ດີຂອງພວກເຮົາໃນປີ 2005 ໂດຍການເປີດໂຕ ECHO Phone (ສາຍດ່ວນແອັກໂກ້) (1-888-883-8831)

ECHO Phone Calls by LocationECHO Phone (ສາຍດ່ວນແອັກໂກ້), ໂທຟຣີໃນພື້ນທີ່ຣັຖມິນນີໂຊຕາ, (ມີຄ່າທຳນຽມນອກຣັຖ) ບໍລິການການສື່ສານໃຫ້ແກ່ ຜູ້ທີ່ມີຂໍ້ຈຳກັດດ້ານພາສາອັງກິດທົ່ວປະເທດ ໂດຍການໃຫ້ການບໍລິການ ຄຳແນະນຳ ດ້ານສຸຂະພາບ ແລະ ຄວາມປອດໄພ ແລະ ໃຫ້ຂໍ້ມູນການກະຕຽມຮັບເຫດສຸກເສີນ ໃນຫຼາຍພາສາ.

ໃນຊ່ວງໄລຍະເວລາມີວິກິດການດ້ານສຸຂະພາບ ຫຼື ຄວາມປອດໄພຂອງມວນຊົນ, ECHO Phone (ສາຍດ່ວນແອັກໂກ້) ຈະໃຫ້ຂໍ້ມູນສຸກເສີນທັນເຫດການ ແລະ ຄຳແນະນຳຈາກເຈົ້າໜ້າທີ່ສາທາລະນະສຸກ ແລະ ຄວາມປອດໄພ. ຜູ້ຊົມໃຊ້ແມ່ນແນະນຳໃຫ້ໂທເຂົ້າໄປຢູ່ເລື້ອຍເພື່ອໃຫ້ໄດ້ຂໍ້ມູນທີ່ຫຼ້າສຸດທີ່ສຸດ.

ກົດບ່ອນນີ້ ເພື່ອເບີ່ງລາຍການຫົວຂໍ້ທີ່ມີຢູ່ ຂອງສາຍດ່ວນແອັກໂກ້.