Jump menu contains no items!

ຂໍ້ມູນຂ່າວສານເຫດການສຸກເສີນສຳລັບເຈົ້າໜ້າທີ່

“ໃນເດືອນມີນາ ປີ 2009, Red River (ແມ່ນ້ຳແດງ) ໄດ້ໄຫຼລົ້ນຈົນຖ້ວມຕະລິ່ງຂື້ນສູ່ລະດັບສູງກວ່າທີ່ໄດ້ບັນທຶກໄວ້ 41 ຟຸດ ແລະ ກຳລັງໄຫຼຖ້ວມເມືອງ Moorhead, MN (ມັວເຮດ, ມິນນີໂຊຕາ). ພວກເຮົາຕ້ອງໄປເຜີຍແຜ່ໃຫ້ປະຊາຊົນຜູ້ທີ່ອາໄສຢູ່ໃນເມືອງ - ລວມມີປະຊາຊົນທີ່ເວົ້າ ໂຄຣເອເຊັຍ, ເຄີສ ພາສາສະເປນ, ໂຊມາລີ, - ໃຫ້ຮັບຮູ້ຂໍ້ມູນສຳຄັນກ່ຽວກັບຄວາມປອດໄພຂອງການອົບພະຍົບ ແລະ ໄພນ້ຳຖ້ວມ. ພວກເຮົາໄດ້ໃຊ້ງານແອັກໂກ້ ໃນເວລານັ້ນເລີຍ, ພວກເຂົາສະໜອງອຸປະກອນເຄື່ອງສຽງ ແລະ ວິດີໂອທັງໝົດເປັນສີ່ພາສານັ້ນ ແລະ ໄດ້ຊ່ວຍສະມາຊິກຊຸມຊົນ ຂອງພວກເຮົາໃຫ້ໄດ້ຮັບ ຄວາມປອດໄພເປັນຢ່າງດີ – Kathy McKay, Clay County Public Health (ສາທາລະນະສຸກເຂດເຄ ຄາວຕີ້).”

ແອັກໂກ້ໄດ້ພັດທະນາ ແລະ ເຜີຍແຜ່ ເຄື່ອງມືດ້ານ ສຸຂະພາບ, ຄວາມປອດໄພ, ວຽກງານຊຸມຊົນ ແລະ ການຕຽມພ້ອມ ທຸກໆ ເດືອນເປັນເວລາຫຼາຍກວ່າ 5 ປີມາແລ້ວ, ດັ່ງນັ້ນເຄື່ອງມືການສື່ສານຂອງແອັກໂກ້ໄດ້ຖືກສ້າງຂຶ້ນມາຢ່າງແໜ້ນໜາໃນຊຸມຊົນທີ່ພວກເຮົາຮັບໃຊ້ໃນຖານະເປັນ ແຫຼ່ ງທີ່ເຊື່ອຖືໄດ້ກ່ຽວກັບການໃຫ້ຄວາມຊ່ວຍເຫຼືອທາງດ້ານສຸຂະພາບ ແລະ ຂໍ້ມູນຄວາມປອດໄພ - ໃນທຸກໆມື້ ແລະ ໃນກໍລະນີສຸກເສີນ.


ECHO Tool Usage Graphໃນປີ 2009, ແອັກໂກ້ໄດ້ຈັດພີມ Emergency Operations Plan (ແຜນການດຳເນີນງານໃນກໍລະສຸກເສີນ) ຂອງພວກເຮົາ, ເຮັດໃຫ້ເປັນລະບຽບແບບແຜນຕາມຂັ້ນຕອນຈັດການດ້ານເຫດການສຸກເສີນ ເພື່ອວ່າ ໃນເວລາມີເຫດການສຸກເສີນ, ສຳນັກງານ ສາທາລະນະສຸກ ແລະ ຄວາມປອດໄພ ສາມາດ ກະຕຸ້ນ ໃຫ້ແອັກໂກ້ ເພື່ອແປ, ຜະລິດ ແລະ ເຜີຍແຜ່ຂໍ້ມູນທີ່ສຳຄັນໄດ້ຢ່າງທັນເວລາ ແລະ ມີປະສິດທິຜົນ.

ກົດບ່ອນນີ້ເພື່ອດາວໂຫລດເອົາສຳເນົາ Emergency Operations Plan (ແຜນການດຳເນີນງານໃນເຫດການສຸກເສິນ) ຂອງພວກເຮົາ ແລະ ຮຽນຮູ້ວ່າແອັກໂກ້ຈະສາມາດເປັນພັນທະມິດກັບໜ່ວຍງານ ຂອງພວກທ່ານໄດ້ແນວໃດ ໃນເວລາທີ່ມີວິກິດການທາງດ້ານສຸຂະພາບ ຫຼື ຄວາມປອດໄພ ແລະ ຊ່ວຍໃຫ້ວຽກພວກເຮົາກ້າວໄປຂ້າງໜ້າຈົນເຖິງວັນ ທີ່ທຸກໆຄົນໃນຊຸມຊົນພວກເຮົາເຂົ້າເຖິງແຫຼ່ງຂໍ້ມູນດັ່ງທີ່ພວກເຂົາຕ້ອງການ - ບໍ່ວ່າພວກເຂົາຈະເວົ້າພາສາໃດກໍ່ຕາມ.

 ຖ້າທ່ານຫາກມີຂໍ້ສົງໄສ ຫຼື ຄຳຖາມ, ເຊີນຕິດຕໍ່ ທ່ານ Lillian McDonald, Executive Director (ຜູ້ອຳນວຍການ) ໄດ້ທີ່ເບີໂທ 651.789.4342 ຫຼື ອີເມລ [email protected].