Jump menu contains no items!

ຂໍ້ມູນຂ່າວສານສຸກເສີນສຳລັບບັນດາສະມາຊິກຊຸມຊົນ

ໃນກໍລະນີສຸກເສີນ,ແອັກໂກ້ເຮັດວຽກກັບເຈົ້າໜ້າທີ່ເພື່ອໃຫ້ຂໍ້ມູນທີ່ຈຳເປັນແກ່ທ່ານ ແລະ ຄອບຄົວຂອງທ່ານ ເພື່ອໃຫ້ຢູ່ຢ່າງມີສຸຂະພາບດີ ແລະ ປອດໄພ. ຂໍ້ມູນນີ້ຈະມີຢູ່ຫຼາຍໆພາສາ.

ໃນເຫດການມີວິກິດການດ້ານ ບັນຫາສຸຂະພາບ ຫຼື ຄວາມປອດໄພ:

ໂທຫາ ECHO Phone (ສາຍດ່ວນແອັກໂກ້): 1-888-883-8831 (ໂທຟຣີພາຍໃນມິນມີໂຊຕາ). ECHO Phone ຈະແຈ້ງໃຫ້ທ່ານຮູ້ຄວາມຄືບໜ້າຫຼ້າສຸດ ຂອງສະຖານະການ. ມັນຍັງຈະບອກວິທີການດຳລົງຊີວິດຢູ່ດ້ວຍຄວາມປອດໄພ ແລະ ບອກບ່ອນສອບຖາມຂໍ້ມູນເພີ້ມເຕີມ. ECHO Phone ຈະມີການປັບປຸງຂໍ້ມູນຢູ່ເລື້ອຍໆຕາມຄວາມຕ້ອງການ. ໃຫ້ແນ່ໃຈວ່າທ່ານໂທຫາເລື້ອຍໆ.

ເຂົ້າສູ່ ECHO Web (ເວັບໄຊແອັກໂກ້): ຂໍ້ມູນໃນໜ້າທຳອິດຂອງເວັບໄຊພວກເຮົາຈະໄດ້ປັບປຸງຂໍ້ມູນໄປຕາມສະຖານະການຫຼ້າສຸດ. ພວກເຮົາເພີ່ມເຕີມ ຂໍ້ມູນໃໝ່ເຂົ້າເລື້ອຍໆ. ECHO Web (ເວັບໄຊແອັກໂກ້) ຈະມີການປັບປຸງປ່ຽນແປງໄປຕາມສະຖານະການ. ເພື່ອຄວາມແນ່ໃຈຕ້ອງກວດກາເລື້ອຍໆ.

ຮັບຟັງຜ່ານວິທະຍຸສາທາລະນະ: ພັນທະມິດຂອງແອັກໂກ້ລວມມີສະຖານີວິທະຍຸທ້ອງຖິ່ນຫຼາຍແຫ່ງທົ່ວຣັຖມີນນິໂຊຕາ. ພວກເຂົາຈະກະຈາຍຂ່າວສານ ສຸກເສີນຂອງແອັກໂກ້ອອກທາງວິທະຍຸກະຈາຍສຽງເປັນຫຼາຍໆພາສາ. ຮັບຟັງຂ່າວສານໃໝ່ໆໄດ້ທີ່ສະຖານີວິທະຍຸກະຈາຍສຽງທ້ອງຖິ່ນ ແລະຊາບບ່ອນສອບຖາມຂໍ້ມູນເພີ່ມເຕີມ.

ຮັບຊົມ ECHO TV (ທີວີແອັກໂກ້): ສະຖານີທີວີ Twin Cities Public Television (ທີວີສາທາລະນະຂອງທະວິນ ຊິຕີ້) ແລະ ທີວີເຄເບີ້ນທ້ອງຖີ່ນ. ໃນລະຫວ່າງທີ່ມີເຫດການສຸກເສີນ

ລະດັບຣັຖ, ຂໍ້ມູນສຸກເສີນທີ່ມີພາກໃນຫຼາຍໆພາສາຈະອອກອາກາດທາງທີວີທົ່ວປະເທດ, ເພື່ອໃຫ້ທ່ານແລະ ຄອບຄົວຂອງທ່ານຮູ້ວ່າຈະເຮັດແນວໃດ ເພື່ອ ການດຳລົງຊີວິດໃຫ້ມີສຸຂະພາບແຂງແຮງ ແລະ ປອດໄພ.

ຟັງຄຳແນະນຳຈາກເຈົ້າໜ້າທີ່ສາທາລະນະສຸກ ແລະ ເຈົ້າໜ້າທີ່ຮັກສາຄວາມປອດໄພ - ພວກເຂົາປະຈຳການຢູ່ທີ່ນີ້ເພື່ອໃຫ້ການຊ່ວຍເຫຼືອທ່ານ.