ສຽງຂອງແອັກໂກ້

“Without ECHO Minnesota’s quick ability to translate and disseminate our messages on this topic, we would not have been able to share this information with those key audiences as quickly or effectively as we did."

Gene Hugoson

Commissioner, Minnesota Department of Agriculture

ຖ້າຢາກອ່ານເພີ້ມ

ການບອກເລົ່າ

ອາສາສະມັກ

ອາສາສະມັກຂອງທີມງານແອັກໂກ້ທີ່ບໍລິຈາກແຮງງານຫຼາຍກວ່າ 1,000 ຊົ່ວໂມງຕໍ່ປີ. ຖ້າພວກທ່ານສົນໃຈຢາກເຮັດວຽກກັບພວກເຮົາ, ທ່ານສາມາດເຮັດໄດ້.

ການມາເປັນໂຄສົກຂອງຊຸມຊົນແອັກໂກ້: ໂຄສົກຂອງຊຸມຊົນໃຫ້ບໍລິການການສື່ສານຕໍ່ຄົນທີ່ມີຂໍ້ຈຳກັດດ້ານພາສາອັງກິດໃນຫຼາກຫຼາຍວິທີ.

ຜູ້ຈັດລາຍການ ECHO TV (ທີວີແອັກໂກ້) ໃຫ້ການຊ່ວຍເຫຼືອດ້ວຍຄວາມສາມາດຂອງພວກເຂົາໃນລາຍການ ທຸກເດືອນ, ນຳສະເໜີຂໍ້ມູນຂ່າວສານຜ່ານທາງກ້ອງ.

ECHO Captioners (ຄຳບັນລະຍາຍຂອງແອັກໂກ້) ທີ່ເປັນພາສາອັງກິດໃນລາຍການໂທລະທັດຂອງແອັກໂກ້ ທີ່ອອກອາກາດໃນຫຼາຍພາສານັ້ນແມ່ນຊ່ວຍຜູ້ຊົມລາຍການທີວີແອັກໂກ້ໄດ້ຮຽນພາສາອັງກິດໄປພ້ອມ.

ECHO Ambassadors (ຜູ້ຕ່າງໜ້າແອັກໂກ້) ເຂົ້າຮ່ວມກິດຈະກຳຂອງຊຸມຊົນເພື່ອຈະນຳຊັບພະຍາກອນທີ່ສຳຄັນຂອງແອັກໂກ້ໄປສູ່ກຸ່ມຄົນທີ່ມີຊັ້ນຈຳກັດດ້ານ ພາສາອັງກິດ ຂຶ້ນກັບໃຜມີຄວາມຕ້ອງການທີ່ສຸດ.

ເບື້ອງຫຼັງ: ໂຄສົກແອັກໂກ້ຍັງບັນທຶກສຽງສຳລັບສາຍດ່ວນຂໍ້ມູນແອັກໂກ້ອີກດ້ວຍ, ນຳເຄັດລັບດີໆ ມາສູ່ ປະຊາຊົນຊາວມິນນີໂຊຕາ ໃນ 10 ພາສາ.

ເຖິງອາສາສະມັກທີ່ຢາກເປັນໂຄສົກແອັກໂກ້, ສົ່ງປະຫວັດຂອງຕົນເອງມາທີ່ wanduragala@echominnesota.org ແລະ ແຈ້ງໃຫ້ພວກເຮົາຮູ້ພ້ອມວ່າຕົນເອງຢາກຮັບໃຊ້ທາງດ້ານໃດ!

ອາສາສະມັກໃນຫ້ອງການຂອງແອັກໂກ້: ດ້ວຍຈຳນວນຄົນເຂົ້າເມືອງແລະຜູ້ອົບພະຍົບຫຼາຍກວ່າ 18,000ຄົນ ທີ່ເຂົ້າມາສູ່ຣັຖມິນນີໂຊຕາໃນທຸກອາທິດ, ສະນັ້ນຈະມີວຽກທີ່ຈະຕ້ອງເຮັດໃຫ້ສຳເລັດຢູ່ຕະຫຼອດເພື່ອຮັບປະກັນວ່າທຸກໆຄົນຈະຕ້ອງມີສຸຂະພາບແຂງແຮງ, ມີຄວາມປອດໄພ ແລະ ກຽມພ້ອມ.

ຖ້າທ່ານສົນໃຈທີ່ຈະມາເປັນອາສາສະໝັກໃນຫ້ອງການຂອງແອັກໂກ້, ໂທຣ ຫຼື ອີເມລມາທີ່ໝາຍເລກ 657.789.4326 info@echominnesota.org.

Take Our Survey

Have you heard about our new program, "Recovering from the Storm?" If so, tell us how you learned about it!

Charites Review Council - meets standards   GuideStar

User login