Jump menu contains no items!

ສົ່ງເສີມແອັກໂກ້

ຊ່ວຍພວກເຮົາເຂົ້າເຖິງຊຸມຊົນທີ່ມີຂໍ້ຈຳກັດດ້ານພາສາອັງກິດທົ່ວຣັຖມິນນີໂຊຕາ ແລະ ທົ່ວທັງປະເທດໂດຍເຮັດວຽກຮ່ວມກັບພວກເຮົາເພື່ອກະຈາຍ ຊັບພະຍາກອນຂໍມູນຂ່າວສານທີ່ມີຄຸນນະພາບສູງຂອງພວກເຮົາໃຫ້ຄົນອື່ນຮັບຮູ້ ບາງທີທ່ານອາດຈະຮູ້ຜູ້ທີ່ຈະໄດ້ຮັບຜົນປະໂຍດຈາກຂໍ້ມູນເຫຼົ່ານີ້.

ສັ່ງຊື້ ECHO DVDs (ດີວີດີ ແອັກໂກ້) ເພື່ອເຜີຍແຜ່ໃຫ້ໝູ່ເພື່ອນ, ຄອບຄົວ ຫຼື ຊຸມຊົນບ່ອນທີ່ທ່ານຮັບໃຊ້ຢູ່.

ດາວໂຫລດແຜ່ນຂໍ້ມູນກ່ຽວກັບແອັກໂກ້:

About ECHO (PDF)

10 Reasons to Support ECHO (PDF)

Frequently Asked Questions (PDF)

What are people saying about ECHO? (PDF)

Working in the World of Emergency Preparedness (PDF)

ສ້າງເຄືອຂ່າຍໜ່ວຍລະບົບສື່ສານ ເພື່ອເຊີ່ມຕໍ່ຫາເວບໄຊ໌ຂອງແອັກໂກ້ ໃນເວັບຂອງສຳນັກງານທ່ານ, ຫຼື

ຝັງພາບວິດີໂອ YouTube (ຍູທູບ) ຂອງແອັກໂກ້ໃນໜ້າເວັບຂອງທ່ານເພື່ອຊ່ວຍເຜີຍແຜ່ຂໍ້ມູນສຳຄັນວ່າດ້ວຍສຸຂະພາບ ແລະ ຄວາມປອດໄພອອກໄປຢ່າງກ້ວາງຂວາງເທົ່າທີ່ຈະເຜີຍແຜ່ໄດ້.

ມາເປັນແຟນຂອງພວກເຮົາທາງ Facebook (ເຟດບຸ້ກ), ຕິດຕາມຂ່າວຜ່ານທາງ Twitter (ທະວິດເຕີ), ຫຼື ເປັນສະມາຊິກຂອງ YouTube (ຍູທູບ). (ເຊື່ອມຕໍ່ໄປຫາໝົດ)

ລົງທະບຽນເປັນສະມາຊິກທາງອິນເຕີເນັດເພື່ອ ຮັບຂໍ້ມູນຂ່າວສານໃໝ່ໆ ຫຼ້າສຸດກ່ຽວກັບສຸຂະພາບ ແລະ ຄວາມປອດໄພຂອງແອັກໂກ້ ແລະ ຕາຕະລາງອອກອາກາດຂອງແອັກໂກ້ ແລະ ແບ່ງປັນແລກປ່ຽນຄວາມຮູ້ກັບໝູ່ເພື່ອນ, ຄອບຄົວ ຫຼື ກັບຊຸມຊົນທີ່ທ່ານອາໄສຢູ່.

ສົ່ງເລື່ອງແອັກໂກ້ຂອງທ່ານ. ທ່ານໄດ້ຮັບຜົນປະໂຍດຈາກແຫຼ່ງຂໍ້ມູນສຶກສາອົບຮົມຂອງແອັກໂກ້ບໍ່? ທ່ານໄດ້ນຳໃຊ້ຊັບພະຍາກອນຂອງແອັກໂກ້ເຂົ້າຊ່ວຍຊຸມຊົນທີ່ມີຂໍ້ຈຳກັດທາງດ້ານພາສາອັງກິດບໍ່? ພວກເຮົາຢາກໄດ້ຍິນຂ່າວຈາກທ່ານ! ກົດບ່ອນນີ້ເພື່ອເລົ່າເລື່ອງຄວາມສຳເລັດຂອງທ່ານ.