Jump menu contains no items!

ຂໍ້ມູນກ່ຽວກັບພວກເຮົາ

ໃນຖານະຜູ້ນຳໃນດ້ານການສື່ສານໃນຫຼາຍພາສາ ທາງດ້ານສຸຂະພາບ, ຄວາມປອດພັຍ, ວຽກງານຊຸມຊົນ ແລະ ການຕຽມຄວາມພ້ອມ ສຳລັບເຫດສຸກເສີນ, ແອັກໂກ້ໄດ້ເຊື່ອມໂຍງຊ່ອງຫວ່າງໃຫ້ແກ່ຄົນເຂົ້າເມືອງ ແລະ ຜູ້ອົບພະຍົບໃນຣັຖມິນນີໂຊຕາ. ໂດຍຜ່ານການຮ່ວມມື ຢ່າງໃກ້ຊິດກັບຜູ້ຊ່ຽວຊານ ດ້ານສຸຂະພາບ ແລະ ຄວາມປອດພັຍ, ຜູ້ນຳຊຸມຊົນ ທີ່ເວົ້າໄດ້ສອງພາສາ ແລະໂຄສົກທີ່ມີພອນສະຫວັນ, ແອັກໂກ້ໄດ້ອອກແບບຜະລິດລາຍການທີ່ມີຄຸນນະພາບສູງ ເພື່ອເຜີຍແຜ່ ທາງ ທີວີ, ວິທະຍຸ, ແລະວັດຖຸສື່ສານເພື່ອໃຫ້ຂໍ້ມູນຜ່ານທາງໂທຣະສັບ, ສີ່ງພີມຕ່າງໆ, ເວັບໄຊ, ດີວີດີ ແລະ Partner Relay (ການບໍລິການບອກຂໍ້ມູນຜ່ານເຄືອຂ່າຍພັນທະມິດ) ທີ່ອອກແບບມາເພື່ອ:

ຫຼຸດຜ່ອນ ຄວາມແຕກຕ່າງໃນດ້ານການດູແລສຸຂະພາບ ສຳລັບຊຸມຊົນຄົນເຂົ້າເມືອງ ແລະ ຜູ້ອົບພະຍົບທີ່ປະເຊີນກັບອັດຕາການເສັຽຊີວິດຂອງທາຣົກສູງ, ອັດຕາການເປັນເບົາຫວານ, ໂຣກຫົວໃຈ ແລະ ມະເຣັງສູງຂຶ້ນ - ແລະ ມີອາຍຸບໍ່ຍືນ.

ສົ່ງເສີມ ການດູແລແບບປ້ອງກັນໂດຍ ການຍົກລະດັບການຮັບຮູ້ເຖິງພະຍາດບາງຢ່າງທີ່ເປັນອັນຕະລາຍທີ່ສຸດ ແລະ ມີຄ່າໃຊ້ຈ່າຍສູງໃນການປີ່ນປົວ ສຳລັບຊາວມິນນີໂຊຕາທຸກຄົນ.

ເພີ່ມ ການເຂົ້າເຖິງຂໍ້ມູນຂ່າວສານດ້ານການຊ່ວຍຊີວິດໃນກໍລະນີສຸກເສີນໂດຍການສື່ສານມວນຊົນຜ່ານສື່ທີ່ມີ  ປະສິດທິພາບໃນຫຼາຍພາສາ.

ອຳນວຍຄວາມສະດວກ ໃນການປັບໂຕເຂົ້າສູ່ຊີວິດໃໝ່ໃນມິນນີໂຊຕາສຳລັບບັນດາຄົນເຂົ້າເມືອງ ແລະ ຜູ້ອົບພະຍົບ, ໂດຍການສະໜອງ ວຽກງານຊຸມຊົນ ເພື່ອຊ່ວຍໃຫ້ຊາວອາເມລິກັນໃໝ່ປັບໂຕເຂົ້າສູ່ຊຸມຊົນຂອງພວກເຮົາໄດ້ຢ່າງປະສົບຄວາມສຳເລັດ.

ຮັບປະກັນ ວ່າຊາວມິນນີໂຊຕາທີ່ມີຂໍ້ຈຳກັດທາງດ້ານພາສາອັງກິດ ທີ່ມີຈຳນວນຫຼາຍກວ່າເຄິ່ງລ້ານຄົນ ສາມາດເຂົ້າເຖິງຂໍ້ມູນທີ່ເຂົາເຈົ້າຕ້ອງການ ເພື່ອໃຫ້ສາມາດຕັດສິນໃຈໄດ້ຢ່າງຖືກຕ້ອງບົນພື້ນຖານຄວາມຮູ້ ທີ່ກະທົບກັບການເປັນຢູ່ຂອງເຂົາເຈົ້າ.

ເຄື່ອງມືສື່ສານຂອງແອັກໂກ້ຍັງເຮັດວຽກເປັນລະບົບພື້ນຖານດ້ານເຫດສຸກເສີນ ໃຫ້ແກ່ ສຳນັກງານສາທາລະນະສຸກ ແລະ ຄວາມປອດໄພໃນຊ່ວງໄລຍະເວລາມີວິກິດການ. ໃນກໍລະນີເຫດສຸກເສີນ, ເຊັ່ນ ນ້ຳຖ້ວມ ຫຼື ເກີດໂຣກລະບາດ, ແອັກໂກ້ ມີລະບົບທີ່ໄດ້ຮັບການພິສູດແລ້ວວ່າມີປະສິດທິພາບ ໃນການສົ່ງຂ່າວສານທີ່ສຳຄັນໃນພາສາຕ່າງໆທີ່ຈຳເປັນທີ່ຮີບດ່ວນທີ່ສຸດ ໄດ້ຢ່າງວ່ອງໄວ ແລະ ມີປະສິດທິພາບຜ່ານທາງທີວີ, ວິທະຍຸ, ສີ່ງພິມຕ່າງໆ, ເວັບໄຊ ແລະ ບໍລິການບອກຕໍ່ຂໍ້ມູນຜ່ານເຄືອຂ່າຍພັນທະມິດ.

ໂດຍໄດ້ຮັບການສະໜັບສະໜູນຈາກອາສາສະໝັກຊຸມຊົນຂອງພວກເຮົາ,ຄວາມເອື້ອເຟື້ອຂອງເຈົ້າໜ້າທີ່ ສາທາລະນະສຸກ, ເຈົ້າໜ້າທີ່ດ້ານຄວາມປອດໄພ, ຜູ້ໃຫ້ການສະໜັບສະໜູນ ແລະ ພັດທະມິດດ້ານສື່ສານ ແລະ ດ້ວຍການຊ່ວຍເຫຼືອຈາກບັນດາເພື່ອນຝູງ ດັ່ງເຊັ່ນໂຕທ່ານເອງ, ແອັກໂກ້ເຮັດວຽກເພື່ອໃຫ້ແ ນ່ໃນວ່າທຸກຄົນແມ່ນໄດ້ຮັບຂໍ້ມູນແລະໄດ້ຮັບການສົ່ງເສີມດ້ວຍການໝູນໃຊ້ເຄື່ອງມືທີ່ເຂົາເຈົ້າຕ້ອງການເພື່ອ  ໃຫ້ມີສຸຂະພາບແຂງແຮງ, ປອດໄພ ແລະ ກຽມພ້ອມ.