ການກະຕຽມໃສ່ລະດູໜາວເພື່ອໃຫ້ ຢູ່ຢ່າງປອດໄພ
ລະດູໜາວຢູ່ລັດມີນນີໂຊຕ້ານີ້ຈະມີອາກາດທ່ີໜາວຫາຼຍ ແລະເພື່ອຄວາມປອດໄພ, ທ່ານແລະຄົນໃນຄອບຄົວຕ້ອງໜຸ່ງເຄື່ອງໃຫ້ໜາໆແລະຫຸ້ມແຕ່ຫົວເຖີງຕີນ. ຄວນຈະໜຸ່ງເສື້ອຫາຼຍໆຊັ້ນກ່ອນຈະປົກດ້ວຍເສື້ອກັນໜາວ ແລະໃສ່ໝວກທ່ີປົກຫູໃວ້. ເດັກນ້ອຍກໍບໍ່ຄວນໃຫ້ຫຼີ້ນຢູ່ນອກດົນເກີນໄປ ແລະຕ້ອງໃຫ້ໜຸ່ງຊຸດຊະໂນ້. ຖ້າວ່າຮ່າງກາຍຂອງເຮົາສັ່ນແລະໜາວ ນັ້ນສະແດງວ່າ
ຄວາມອຸ່ນຢູ່ໃນຮ່າງກາຍເຮົາລຸດຜ່ອນລົງ ຊະນັ້ນຕ້ອງຟ້າວເຂົ້າໄປຂ້າງໃນໂດຍດ່ວນ.
|