EnglishKhmerSomaliVietnameseLaoSpanishHmong

 
ໂທລະສັບແອັກໂກ້: 1-888-883-8831

ໂຄງການແອັກໂກ້ຖືກສ້າງຂື້ນມາ ເພື່ອເຜີຍແຜ່ໃຫ້ຄວາມຮູ້ກຽ່ວກັບບັນຫາທາງດ້ານສຸຂະພາບແລະເຫດສຸກເສີນຕາ່ງໆ ເພື່ອໃຫ້ທ່ານໃດ້ເຂົ້າໃຈບັນຫາ ຮູ້ວິທີປ້ອງກັນໃນຍາມທ່ີມີເຫດສຸກເສີນ ຫຼືວ່າຍາມບໍ່ມີເຫດສຸກເສີນກໍຕາມ ແລະໂດຍສະເພາະແມ່ນໃຫ້ແກ່ພໍ່ແມ່ພີ່ນ້ອງຊາວລາວທ່ີບໍ່ເຂົ້າໃຈພາສາອັງກິດ ແອັກໂກ້ແມ່ນໂຄງການທີ່ສຳຄັນແລະຕ້ອງການສື່ສານໄປເຖີງຄົນລາວທຸກໆຄົນ ຊະນັ້ນແລັວພວກເຮົາຈື່ງໃຊ້ວິທີ ສື່ສານຫາຼຍໆທາງເຊັ່ນ: ທາງແຫວ້ບໄຊ້, ທາງທີວີ, ທາງແອັກໂກ້ແຟັກຊ ແລະ ທາງໂທລະສັບແອັກໂກ້.

ໂທລະສັບຂອງແອັກໂກ້, 1-888-883-8831 ຈະໃຫ້ຂໍ້ມູນແລະຄຳແນະນຳທີ່ເປັນປະໂຫຍດ ເຖີງແມ້ວ່າຈະບໍ່ແມ່ນເວລາມີເຫດສຸກເສີນກໍຕາມ, ຕົວຢ່າງແມ່ນ ຄຳແນະນຳແລະວິທີປ້ອງກັນບໍ່ໃຫ້ເປັນໃຂ້ຫຼື ເປັນຟລູ, ເປັນທ້ອງຂີ້ຮາກ, ຂໍ້ມູນກຽ່ວກັບພະຍາດໃຂ້ຫວັດນົກແລະ ເປັນຫຍັງເຮົາຄວນ ຫຼີກລຽັງການພົວພັນກັບນົກ, ເປັດ, ໄກ່ ທ່ີມາຈາກທະວີບເອເຊັຽ, ຢູຣົບ ແລະ ອາພຣິກກາ.

ໂທລະສັບແອັກໂກ້ຈະອັດເປັນ 10 ພາສາເຊັ່ນ: ສະເປັນ, ມົ້ງ, ຊົມມາເລັຍ, ລາວ, ຂະແມ, ວຽດນາມ, ຣັດເຊັຍ, ອາຣາບິກ, ໂອໂຣໂມ, ແລະ ອັງກິດ. ແລະພຽງແຕ່ໃຊ້ເວລາຟັງເລັກນ້ອຍແລະທ່ານຍັງສາມາດຟັງວ່າ ທີວີແອັກໂກ້ຈະເວົ້າກຽ່ວກັບຫົວຂໍ້ເລື້ອງຫຍັງແດ່. ເບີໂທລະສັບແອັກໂກ້ແມ່ນໂທຟຣີ ສຳລັບທຸກໆເມືອງທ່ີຢູ່ໃນລັດ ມີນນີໂຊຕ້າ. ທ່ານຄວນຈະລອງໂທເບິ່ງທີ່ເບີ: 1-888-883-8831.

ຖ້າມີເຫດສຸກເສີນຢ່າງຮ້າຍແຮງເກີດຂື້ນຢູ່ໃນເມືອງທ່ີທ່ານອາສັບຢູ່ ຫຼື ຢູໃນລັດ ມີນມີໂຊຕ້າ, ໂທລະສັບແອັກໂກ້ຈະໃຫ້ຄຳແນະນຳແລະຕັກເຕືອນ ເພື່ອຊ່ວຍເຫຼືອທ່ານແລະຄອບຄົວໃຫ້ຢູ່ຢ່າງປອດໄພ ແລະຂໍ້ມູນຈະອັດອອກເປັນ 10 ພາສາ ແລະຈະມີຂ່າວຄືບໜັາອັດໃວ້ໃຫ້ຟັງເລື້ອຍໆ.

Red Envelope Subscribe to ECHO Phone Updates

This month on ECHO Phone:

Fire and Carbon Monoxide Safety

ທາດເຄມີ ຄາເບີ້ນມານາກຊ້າຍ ແມ່ນທາດທ່ີມີສານພິດ ແລະເຮົາເບິ່ງບໍ່ເຫັນ, ມັນບໍ່ມີລົດ, ແລະບໍ່ມີກິ່ນ.  ຊະນັ້ນແລັວ, ມັນຈະລີ້ຊ້ອນຢູ່ຕາມອາກາດທ່ີ່ຄົນເຮົາຫາຍໃຈເອົາ.  ຖ້າເຮົາຫາຍ ໃຈເອົາທາດເຄມີໂຕນີ້, ມັນຈະເປັນເຫດພາໃຫ້ເສັຍແສງຕາ, ເຈັບຫົວ, ວີນວຽນ. ຫົລງໜັາຫົລງຫັລງ, ແລະ ປວດຮາກ,  ມັນສາມາດພາໃຫ້ເສັຍຊີວິດໃດ້.

Listen now to an audio file of this ECHO Phone topic.

Mental Health Help Listen now to an audio file of this ECHO Phone topic.

 

Having trouble viewing this site? Click here for help.