EnglishKhmerSomaliVietnameseLaoSpanishHmong

 
ECHO EMAIL

ໂຄງການແອັກໂກ້ຖືກສ້າງຂື້ນມາ ເພື່ອເຜີຍແຜ່ໃຫ້ຄວາມຮູ້ກຽ່ວກັບບັນຫາທາງດ້ານສຸຂະພາບແລະເຫດສຸກເສີນຕາ່ງໆ ເພື່ອໃຫ້ທ່ານໃດ້ເຂົ້າໃຈບັນຫາ ຮູ້ວິທີປ້ອງກັນໃນຍາມທ່ີມີເຫດສຸກເສີນ ຫຼືວ່າຍາມບໍ່ມີເຫດສຸກເສີນກໍຕາມ ແລະໂດຍສະເພາະແມ່ນໃຫ້ແກ່ພໍ່ແມ່ພີ່ນ້ອງຊາວລາວທ່ີບໍ່ເຂົ້າໃຈພາສາອັງກິດ ແອັກໂກ້ແມ່ນໂຄງການທີ່ສຳຄັນແລະຕ້ອງການສື່ສານໄປເຖີງຄົນລາວທຸກໆຄົນ ຊະນັ້ນແລັວພວກເຮົາຈື່ງໃຊ້ວິທີ ສື່ສານຫາຼຍໆທາງເຊັ່ນ: ທາງແຫວ້ບໄຊ້, ທາງທີວີ, ທາງໂທລະສັບແອັກໂກ້ ແລະ ທາງແອັກໂກ້ແຟັກຊສື່ສານໄປຫາອົງການຕ່າງໆ.

ECHO EMAIL ແລະຈຸດປະສົງຂອງມັນແມ່ນເພື່ອສົ່ງຂໍ້ມູນ, ຄຳແນະນຳ ແລະຂ່າວຄາວອັນສຳຄັນໄປຫາອົງການຊ່ວຍເຫຼືອຕາມເມືອງຕ່າງໆ. ອົງການດັ່ງກາ່ວໃດ້ຕົກລົງເປັນພາດເນີ້ໃນການຊ່ວຍເຫຼືອແອັກໂກ້ສື່ສານ ແລະ ອົງການດັ່ງກ່າວນີ້ແມ່ນເຊື່ອຖືໃດ້ ແລະຕ້ອງການຊ່ວຍເຫຼືອທ່ານ ເໝືອນກັນ.

ໃນໄລຍະທ່ີບໍ່ມີເຫດສຸກເສີນເກີດຂື້ນ, ແອັກໂກ້ສາມາດສົ່ງແຟ້ກຊ ຫຼື ອີ່ແມວຂໍ້ມູນກ່ຽວກັບຫົວຂໍ້ເລື້ອງຕ່າງໆຂອງສຸຂະພາບ ແລະ ວິທີປ້ອງກັນໄພ ໄປຫາອົງການຕ່າງໆເຫຼົ່ານີ້ ແລະເຂົາເຈົ້າຈະສື່ສານສົ່ງຂ່າວຕໍ່ໄປຫາທ່ານ ບໍ່ວ່າທ່ານຈະຢູ່ເມືອງໃດກໍຕາມ.

ໃນໄລຍະທ່ີມີເຫດສຸກເສີນເກີດຂື້ນ, ແອັກໂກ້ແຟັກຊ ຈະສົ່ງຂ່າວແລະຂໍ້ມູນ ແລະ ຍັງຈະສົ່ງຂ່າວຄືບໜັາເປັນໄລຍະ ຖ້າມີເຫດການປຽ່ນແປງ

Red Envelope Sign up for ECHO email updates

 

 

Having trouble viewing this site? Click here for help.